ໃນຕອນເຊົ້າ ວັນພຸດທີ 10 ກຸມພາ 2021 ດ່ານກວດກາສັດຕະວະແພດສາກົນ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມການປະເມີນບັນດາ ບໍລິສັດ, ຜູ້ປະກອບການ, ການວິເຄາະຄວາມສ່ຽງ, ການທົບທວນແນະນໍາບັນດານິຕິກໍາຕ່າງໆ ແລະ ເຜີຍແຜ່ບົດແນະນໍາມາດຕະຖານສາງເຢັນ ຂອງການນໍາເຂົ້າ-ສົ່ງອອກ-ຂົນສົ່ງຜ່ານ ສັດ, ສັດນໍ້າ, ຜະລິດຕະພັນສັດ, ຜະລິດຕະພັນສິນຄ້າກ່ຽວກັບສັດ ແລະ ການປະມົງ ຂື້ນຢູ່ທີ່ຫ້ອງປະຊຸມໃຫຍ່ ພະແນກກະສິກໍາ ແລະ ປ່າໄມ້ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ປອ ຫຼ້າສາຍ ນວນທາສິງ ຫົວໜ້າ ພະແນກກະສິກໍາ ແລະ ປ່າໄມ້ນະຄອນຫຼວງວຽງຈັນ ເຊີ່ງໄດ້ມີຜູ້ເຂົ້າຮ່ວມມາຈາກ ຂະແໜງການກ່ຽວຂ້ອງອ້ອມຂ້າງພະແນກ 17 ຄົນ, ຍິງ 1 ຄົນ ແລະ ບໍລິສັດຕ່າງໆທີ່ດຳເນີນທຸລະກິດກ່ຽວກັບກະສິກຳ ແລະ ປ່າໄມ້ 27 ຄົນ, ຍິງ 6 ຄົນ. ໃນນີ້ ກໍ່ເພື່ອເປັນການຜັນຂະຫຍາຍເຜີຍແຜ່ ແລະ ການຈັດຕັ້ງປະຕິບັດ ກົດໝາຍ, […]
ຂ່າວສານ
ເຂົ້າຮ່ວມກອງປະຊຸມຜ່ານຮ່າງຂັ້ນຕອນກ່ຽວກັບ ການວິເຄາະຄວາມສ່ຽງ ແລະ ຈັດປະເພດຄວາມສ່ຽງ
ດ່ານກວດກາສັດຕະວະແພດສາກົນ ຂະແໜງລ້ຽງສັດ ແລະ ການປະມົງນະຄອນຫຼວງວຽງຈັນ ນໍາໂດຍ ທ່ານ ດາວທຽມ ຈັນທະລັງສີ ຫົວໜ້າດ່ານກວດກາສັດຕະວະແພດສາກົນ ແລະ ທ່ານ ທອງໄຫຼ ວົງປະເສີດ ວິຊາການປະຈໍາດ່ານ ໄດ້ເດີນທາງໄປເຂົ້າຮ່ວມກອງປະຊຸມຜ່ານຮ່າງຂັ້ນຕອນກ່ຽວກັບ ການວິເຄາະຄວາມສ່ຽງ ແລະ ຈັດປະເພດຄວາມສ່ຽງລາຍການສິນຄ້າປະເພດສັດ ນໍາເຂົ້າສັດ ແລະ ຜະລິດຕະພັນສັດ ທີ່ນໍາໃຊ້ເຂົ້າລະບົບ ASYCUDA ຢ່າງມີການເລືອກເຟັ້ນ ໃນລະຫວ່າງວັນທີ 4-7 ມັງກອນ 2021 ທີ່ ເມືອງ ວັງວຽງ ແຂວງ ວຽງຈັນ. ການຈັດກອງປະຊຸມໃນຄັ້ງນີ້ ເພື່ອປຶກສາຫາລືຜ່ານຮ່າງຄູ່ມືຂັ້ນຕອນການວິເຄາະຄວາມສ່ຽງ ການນໍາເຂົ້າ ສັດ ແລະ ຜະລິດຕະພັນສັດ ຢູ່ຕາມດ່ານກວດກາສັດຕະວະແພດສາກົນຊາຍແດນ ແລະ ການຈັດປະເພດຂອງຄວາມສ່ຽງລາຍການສິນຄ້າ ສັດ ແລະ ຜະລິດຕະພັນສັດ (ຄວາມສ່ຽງ ສູງ, ກາງ ແລະ ຕໍ່າ) ທີ່ນໍາໃຊ້ເຂົ້າໃນລະບົບ ASYCUDA ໃຫ້ກຽດເປັນປະທານຂອງທ່ານ ດຣ ສີທອງ […]
ສາມອົງການຈັດຕັ້ງມະຫາຊົນ ຂະແໜງລ້ຽງສັດ ແລະ ການປະມົງນະຄອນຫຼວງວຽງຈັນ
ໃນຕອນແລງວັນຈັນ ທີ 23 ແລະ ວັນອັງຄານ ທີ 24 ພະຈິກ 2020 ສາມອົງການຈັດຕັ້ງມະຫາຊົນພາຍໃນຂະແໜງລ້ຽງສັດ ແລະ ການປະມົງ ພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ໄດ້ສ້າງຂະບວນການອອກແຮງງານລວມ ເຊັ່ນ: ອະນາໄມ, ທາສີ ແລະ ປະດັບປະດາ ທຸງຊາດ, ທຸງພັກ ແລະ ທຸງທີວ ສຳນັກງານຫ້ອງການ ເພື່ອຂໍ່ານັບຊົມເຊີຍວັນສາຖາປານາ ສປປ ລາວ ຄົບຮອບ 45 ປີ ທີ່ຈະໝູນວຽນມາຮອດມາເຖີງ ໃນວັນທີ 2 ທັນວາ ປີ2020 ນີ້ ໃຫ້ເປັນຂະບວນການຟົດຟື້ນ ແລະ ໃຫ້ມີຄວາມໝາຍສໍາຄັນ ໃນວັນດັ່ງກ່າວ. ເຊີ່ງນໍາພາໂດຍ ທ່ານ ດ່າຍ ສີຫາລາດ ຫົວໜ້າຂະແໜງລ້ຽງສັດ ແລະ ການປະມົງນະຄອນຫຼວງວຽງຈັນ ພ້ອມດ້ວຍອ້າຍນ້ອງພະນັກງານ ທີ່ເປັນສະມາຊິກຊາວໜຸ່ມ, ກຳມະບານ ແລະ ແມ່ຍິງ […]
ດ່ານກວດກາສັດຕະວະແພດສາກົນ ລົງຕິດຕາມກວດກາຫຼັງການນໍາເຂົ້າ
ໃນໄລຍະ ຕົ້ນເດືອນ ຕຸລາ 2020 ດ່ານກວດກາສັດຕະວະແພດສາກົນ ໄດ້ສົມທົບກັບໜ່ວຍງານລ້ຽງສັດ ແລະ ການປະມົງ ປະຈໍາເມືອງ ລົງຕິດຕາມກວດກາການເຄື່ອນຍ້າຍຂົນສົ່ງສິນຄ້າລົງປາຍທາງ ຫຼັງການນໍາເຂົ້າ ຂອງບັນດາບໍລິສັດ ທີ່ດໍາເນີນທຸລະກິດ ກ່ຽວກັບການລ້ຽງສັດ ແລະ ການສັດຕະວະແພດ ຢູ່ໃນນະຄອນຫຼວງວຽງວຽງຈັນ. ໃນນີ້, ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດ ການເຄື່ອນໄຫວວຽກງານ ລົງຕິດຕາມຊຸກຍູ້ລະບົບຕ່ອງໂສ້ການຊົມໃຊ້ຜະລິດຕະພັນສັດ ແລະ ການນໍາເຂົ້າ ສັດ, ສັດນໍ້າ, ຜະລິດຕະພັນສັດ, ຜະລິດຕະພັນສິນຄ້າກ່ຽວກັບສັດ ແລະ ການປະມົງ ຢູ່ໃນນະຄອນຫຼວງວຽງຈັນ ໃຫ້ຖືກຕ້ອງຕາມລະບຽບການວິຊາສະເພາະ ໃຫ້ຮັບປະກັນດ້ານປະລິມານ ແລະ ມີຄຸນນະພາບ ພ້ອມທັງມີຄວາມປອດໄພຕໍ່ຜູ້ບໍລິໂພກໃນສັງຄົມ ແລະ ອີກດ້ານໜຶ່ງເພື່ອເປັນການສືບຕໍ່ຈັດຕັ້ງປະຕິບັດຜັນຂະຫຍາຍ ຂໍ້ຕົກລົງຂອງ ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ສະບັບເລກທີ 51/ນຍ, ລົງວັນທີ 30 ສິງຫາ 2019 ວ່າດ້ວຍການແຕ່ງຕັ້ງຄະນະສະເພາະກິດ ສົ່ງເສີມການຜະລິດ ແລະ ຊົມໃຊ້ຜະລິດຕະພັນທີ່ຜະລິດ ຢູ່ພາຍໃນປະເທດ ແລະ ຄຸ້ມຄອງການນໍາເຂົ້າສິນຄ້າອຸປະໂພກ-ບໍລິໂພກ.
ທ່ານຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ລົງຊຸກຍູ້ວຽກງານວິຊາສະເພາະ ປະຈໍາດ່ານ
ໃນວັນທີ 16 ກັນຍາ 2020 ທ່ານ ບຸນຂວາງ ຄໍາບຸນເຮືອງ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ພ້ອມດ້ວຍຄະນະ ລົງຊຸກຍູ້ ວຽກງານວິຊາສະເພາະ ໃນການກວດກາການ ນໍາເຂົ້າ-ສົ່ງອອກ-ຂົນສົ່ງຜ່ານ ສັດ, ສັດນໍ້າ, ຜະລິດຕະພັນສັດ, ຜະລິດຕະພັນສິນຄ້າກ່ຽວກັບສັດ ແລະ ການປະມົງ ປະຈໍາປີ 2020 ທີ່ດ່ານກວດກາສັດຕະວະແພດສາກົນ ນະຄອນຫຼວງວຽງຈັນ (ດ່ານກັກກັນສັດດົງໂພສີ).