ໃນຕອນເຊົ້າ ວັນພຸດທີ 10 ກຸມພາ 2021 ດ່ານກວດກາສັດຕະວະແພດສາກົນ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມການປະເມີນບັນດາ ບໍລິສັດ, ຜູ້ປະກອບການ, ການວິເຄາະຄວາມສ່ຽງ, ການທົບທວນແນະນໍາບັນດານິຕິກໍາຕ່າງໆ ແລະ ເຜີຍແຜ່ບົດແນະນໍາມາດຕະຖານສາງເຢັນ ຂອງການນໍາເຂົ້າ-ສົ່ງອອກ-ຂົນສົ່ງຜ່ານ ສັດ, ສັດນໍ້າ, ຜະລິດຕະພັນສັດ, ຜະລິດຕະພັນສິນຄ້າກ່ຽວກັບສັດ ແລະ ການປະມົງ ຂື້ນຢູ່ທີ່ຫ້ອງປະຊຸມໃຫຍ່ ພະແນກກະສິກໍາ ແລະ ປ່າໄມ້ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ປອ ຫຼ້າສາຍ ນວນທາສິງ ຫົວໜ້າ ພະແນກກະສິກໍາ ແລະ ປ່າໄມ້ນະຄອນຫຼວງວຽງຈັນ ເຊີ່ງໄດ້ມີຜູ້ເຂົ້າຮ່ວມມາຈາກ ຂະແໜງການກ່ຽວຂ້ອງອ້ອມຂ້າງພະແນກ 17 ຄົນ, ຍິງ 1 ຄົນ ແລະ ບໍລິສັດຕ່າງໆທີ່ດຳເນີນທຸລະກິດກ່ຽວກັບກະສິກຳ ແລະ ປ່າໄມ້ 27 ຄົນ, ຍິງ 6 ຄົນ.

ໃນນີ້ ກໍ່ເພື່ອເປັນການຜັນຂະຫຍາຍເຜີຍແຜ່ ແລະ ການຈັດຕັ້ງປະຕິບັດ ກົດໝາຍ, ດຳລັດ, ຄຳສັ່ງ, ຂໍ້ຕົກລົງ ແລະ ແຈ້ງການຕ່າງໆ ຂອງຂັ້ນເທີງວາງອອກ ໂດຍສະພາະເປັນການສືບຕໍ່ຈັດຕັ້ງປະຕິບັດຜັນຂະຫຍາຍ ຂໍ້ຕົກລົງຂອງ ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ສະບັບເລກທີ 51/ນຍ, ລົງວັນທີ 30 ສິງຫາ 2019 ວ່າດ້ວຍການແຕ່ງຕັ້ງຄະນະສະເພາະກິດ ສົ່ງເສີມການຜະລິດ ແລະ ຊົມໃຊ້ຜະລິດຕະພັນທີ່ຜະລິດ ຢູ່ພາຍໃນປະເທດ ແລະ ຄຸ້ມຄອງການນໍາເຂົ້າສິນຄ້າອຸປະໂພກ-ບໍລິໂພກ ໃຫ້ບັນລຸຜົນສຳເລັດຕາມຈຸດປະສົງ ເປົ້າໝາຍແຜນການທີ່ວາງໄວ້ ຕາມພາລະບົດບາດ, ຂອບເຂດສິດ ແລະ ໜ້າທີ່ ໃນການກວດກາ ສັດ, ສັດນໍ້າ, ຜະລິດຕະພັນສັດ, ຜະລິດຕະພັນສິນຄ້າກ່ຽວກັບສັດ ແລະ ການປະມົງ ທີ່ນຳເຂົ້າ-ສົ່ງອອກ-ຂົນສົ່ງຜ່ານ. ພ້ອມທັງເປັນການວິເຄາະຄວາມສ່ຽງໃນການນໍາເຂົ້າ (Import Risk Analysis), ການເຝົ້າລະວັງ (Surveillance) ແລະ ການຄຸ້ມຄອງ (Management) ໃຫ້ຮັບປະກັນໃຫ້ມີຄວາມປອດໄພທາງດ້ານປະລິມານ, ຄຸນນະ ພາບຕໍ່ ສັດ ແລະ ຜູ້ບໍລິໂພກໃນສັງຄົມ. ອີກດ້ານໜຶ່ງເພື່ອປະຕິບັດຕາມສົນທິສັນຍາທີ່ ສປປ ລາວ ເປັນພາຄີ ເຊັ່ນ: ມາດຕະຖານອົງການສຸຂະພາບສັດສາກົນ (Office International des Epizooties, OIE), ສົນທິສັນຍາວ່າດ້ວຍສຸຂານາໄມ ແລະ ສຸຂານາໄມພືດ (Sanitary Phytosantary Standart, SPS) ແລະ ການເອື້ອອໍານວຍຄວາມສະດວກດ້ານການຄ້າການລົງທຶນ ຂອງບັນດາປະເທດອະນຸພາກພື້ນແມ່ນໍ້າຂອງ (Greater Mekong Subregion, GMSs) ພ້ອມກັນນັ້ນ ຍັງຈັດຕັ້ງປະຕິບັດບັນດາມາດຕະການສີດພົ່ນຢາຂ້າເຊື້ອພາຫະນະຂົນ ເພື່ອຫຼຸດຜ່ອນລະດັບຄວາມສ່ຽງພະຍາດຕິດແປດທີ່ຮ້າຍແຮງຕາມລະດູການອື່ນໆ ຈາກເຂດລະບາດຫາເຂດປອດພະຍາດສັດ. ໃນໄລຍະຜ່ານມາ ຂອງການຈັດຕັ້ງປະຕິບັດຕົວຈິງ ເຫັນວ່າຍັງມີບາງຈຸດຍັງບໍ່ທັນປະຕິບັດໄດ້ດີເທົ່າທີ່ຄວນ ແລະ ຕ້ອງໄດ້ມີການປັບປຸງແລກປ່ຽນຖອນຖອດບົດຮຽນນຳກັນຄືນ. ທັງນີ້ກໍ່ເພື່ອໃຫ້ມີຄວາມເປັນເອກະພາບກັນ ທັງສອດຄ່ອງຕາມເງື່ອນໄຂ ສະພາບຄວາມເປັນຈິງ ໂດຍໃຫ້ສາມາດເຊື່ອມສານກັບກົດໝາຍ, ລະບຽບການ ອື່ນໆ ທີ່ກ່ຽວຂ້ອງລວມທັງລະບຽບການພາຍໃນ ແລະ ລະບຽບການສາກົນ ທີ່ ສປປ ລາວ ເປັນພາຄີ.


ໃນຕອນທ້າຍຂອງປະຊຸມກໍ່ໄດ້ມີການແລກປ່ຽນຄໍາຄິດເຫັນ ຕໍ່ຫົວຂໍ້ເນື້ອໃນການປະຊຸມ ລະຫວ່າງພາກລັດ ແລະ ຜູ້ປະກອບການ ກ່ຽວກັບຂໍ້ຂ້ອງໃຈບາງຈຸດ ແບບລັກສະນະວິຊາການ. ແຕ່ທີ່ປະຊຸມກໍ່ໄດ້ເນັ້ນ ໃຫ້ບັນດາບໍລິສັດທີ່ນໍາເຂົ້າ, ສົ່ງອອກ, ຂົນສົ່ງຜ່ານ ປະຕິບັດຕາມຂັ້ນຕອນການປະເມີນຜົນໃນ 08 ຫົວຂໍ້ຕາມເນື້ອໃນການປະຊຸມ ເພື່ອໃຫ້ຢູ່ໃນເງື່ອນໄຂ ຂອງດຳເນີນທຸລະກິດທີ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ ທີ່ເປັນເງື່ອນໄຂທີ່ສາມາດເຊື່ອມໂຍງເຂົ້າກັບລະບົບອັດຕະໂນມັດ ສຳລັບຖານຂໍ້ມູນພາສີ (ASYCUDA) ແລະ ໃຫ້ບັນດາບໍລິສັດ ດຳເນີນທຸລະກິດສາງເຢັນ ປະຕິບັດຕາມບົດແນະນໍາມາດຕະຖານສາງເຢັນ ຂອງ ສປປ ລາວ ວາງອອກຢ່າງເຂັ້ມງວດ.
