ໃນໄລຍະ ຕົ້ນເດືອນ ຕຸລາ 2020 ດ່ານກວດກາສັດຕະວະແພດສາກົນ ໄດ້ສົມທົບກັບໜ່ວຍງານລ້ຽງສັດ ແລະ ການປະມົງ ປະຈໍາເມືອງ ລົງຕິດຕາມກວດກາການເຄື່ອນຍ້າຍຂົນສົ່ງສິນຄ້າລົງປາຍທາງ ຫຼັງການນໍາເຂົ້າ ຂອງບັນດາບໍລິສັດ ທີ່ດໍາເນີນທຸລະກິດ ກ່ຽວກັບການລ້ຽງສັດ ແລະ ການສັດຕະວະແພດ ຢູ່ໃນນະຄອນຫຼວງວຽງວຽງຈັນ. ໃນນີ້, ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດ ການເຄື່ອນໄຫວວຽກງານ ລົງຕິດຕາມຊຸກຍູ້ລະບົບຕ່ອງໂສ້ການຊົມໃຊ້ຜະລິດຕະພັນສັດ ແລະ ການນໍາເຂົ້າ ສັດ, ສັດນໍ້າ, ຜະລິດຕະພັນສັດ, ຜະລິດຕະພັນສິນຄ້າກ່ຽວກັບສັດ ແລະ ການປະມົງ ຢູ່ໃນນະຄອນຫຼວງວຽງຈັນ ໃຫ້ຖືກຕ້ອງຕາມລະບຽບການວິຊາສະເພາະ ໃຫ້ຮັບປະກັນດ້ານປະລິມານ ແລະ ມີຄຸນນະພາບ ພ້ອມທັງມີຄວາມປອດໄພຕໍ່ຜູ້ບໍລິໂພກໃນສັງຄົມ ແລະ ອີກດ້ານໜຶ່ງເພື່ອເປັນການສືບຕໍ່ຈັດຕັ້ງປະຕິບັດຜັນຂະຫຍາຍ ຂໍ້ຕົກລົງຂອງ ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ສະບັບເລກທີ 51/ນຍ, ລົງວັນທີ 30 ສິງຫາ 2019 ວ່າດ້ວຍການແຕ່ງຕັ້ງຄະນະສະເພາະກິດ ສົ່ງເສີມການຜະລິດ ແລະ ຊົມໃຊ້ຜະລິດຕະພັນທີ່ຜະລິດ ຢູ່ພາຍໃນປະເທດ ແລະ ຄຸ້ມຄອງການນໍາເຂົ້າສິນຄ້າອຸປະໂພກ-ບໍລິໂພກ.





