ພາລະບົດບາດ, ຂອບເຂດສິດ ແລະ ໜ້າທີ່

ພາລະບົດບາດ

ດ່ານກວດກາສັດຕະວະແພດສາກົນ ມີ​ພາ​ລະ​ບົດ​ບາດ​ເປັນ​ເສ​ນາ​ທິ​ການໃຫ້ແກ່ ພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງ ແລະ ກົມລ້ຽງ​ສັດ​ ແລະ ການ​ປະ​ມົງ ໃນ​ການ​ດຳ​ເນີນ​ການຕິດຕາມ, ກວດ​ກາ, ຢັ້ງ​ຢືນ​ສຸຂາ​ນາ​ໄມ ແລະ ແນ​ະ​ນຳ​ເຕັກນິກກ່ຽວ​ກັບ​ການເຄື່ອນຍ້າຍ ສັດ, ສັດນໍ້າ, ປາ, ຜະລິດຕະພັນ ສັດ-ສັດນໍ້າ, ຜະລິດຕະພັນສິນຄ້າກ່ຽວກັບສັດ ແລະ ການປະມົງ ຜ່ານດ່ານຊາຍແດນ ແລະ ສະໜາມບິນສາກົນ ນໍາເຂົ້າ-ສົ່ງອອກ-ຂົນສົ່ງຜ່ານ ນະຄອນຫຼວງວຽງຈັນ ກໍ່ຄື ສປປ ລາວ ຕາມລະບຽບການທີ່ໄດ້ກໍານົດໄວ້.

ໜ້າທີ່ຂອງດ່ານກວດກາສັດຕະວະແພດສາກົນ

     ໜ້າທີ່ຕົ້ນຕໍຂອງ​ດ່ານກວດກາສັດຕະວະແພດສາກົນ ນອກຈາກໄດ້ກຳນົດໄວ້ໃນ ມາດຕາ 44 ຂອງດໍາລັດຂອງລັດຖະບານສະບັບເລກທີ 230/ລບ, ລົງວັນທີ 4 ມິຖຸນາ 2012 ວ່າດ້ວຍການຄຸ້ມຄອງການເຄື່ອນຍ້າຍ ສັດ ແລະ ຜະລິດຕະພັນສັດ ແລ້ວຕ້ອງປະຕິບັດໜ້າທີ່ອື່ນເພີ່ມຕື່ມດັ່ງນີ້:

  1. ໂຄສະນາເຜີຍແຜ່ ກົດໝາຍ, ດຳລັດ, ຄໍາສັ່ງ, ບົດແນະນໍາ, ຂໍ້ຕົກລົງ ແລະ ແຈ້ງການຕ່າງໆ ກ່ຽວກັບວຽກງານຕິດຕາມກວດກາ ກັກກັນ ສັດ-ສັດນໍ້າ, ຜະລິດຕະພັນສັດ-ສັດນໍ້າ ແລະ ປາ;
  2. ອໍານວຍຄວາມສະດວກ ແລະ ບໍລິການ ການນໍາເຂົ້າ-ສົ່ງອອກ ແລະ ສົ່ງຜ່ານ ສັດ-ສັດນໍ້າ, ຜະລິດຕະພັນສັດ-ສັດນໍ້າ ແລະ ປາ ຢ່າງວ່ອງໄວ, ໂປ່ງໃສ, ກວດສອບໄດ້ ແລະ ຖືກຕ້ອງຕາມລະບຽບກົດໝາຍ;;
  3. ສະກັດກັ້ນການລະເມີດກົດໝາຍ ແລະ ລະບຽບການ ການລ້ຽງສັດ, ສັດຕະວະແພດ ແລະ ການປະມົງ ກ່ຽວກັບການປະເມີນວິເຄາະ ແລະ ບໍລິຫານຄວາມສ່ຽງ ກ່ອນ ແລະ ຫຼັງການນໍາເຂົ້າ;
  4. ກວດກາ, ພິຈາລະນາ ແລະ ຢັ້ງຢືນຄວາມຖືກຕ້ອງ ຕາມມາດຕະຖານດ້ານສຸຂານາໄມ (SPS) ແລະ ປະເທດຄູ່ຄ້າ ຂອງສັດ-ສັດນໍ້າ, ຜະລິດຕະພັນສັດ-ສັດນໍ້າ ແລະ ປາ ແລະ ເອກະສານກ່ຽວຂ້ອງໃນການນໍາເຂົ້າ, ສົ່ງອອກ ແລະ ຂົນສົ່ງຜ່ານ;
  5. ນໍາໃຊ້ມາດຕະການສຸຂານາໄມ ເປັນຕົ້ນ ກັກ, ແຍກປ່ຽວ, ສົ່ງຕົວຢ່າງໄປວິໄຈ, ບຳບັດ, ສີດພົ່ນຢາຂ້າເຊື້ອພາຫະນະ,ປະຕິເສດການນໍາເຂົ້າ, ສົ່ງກັບຄືນ, ທຳລາຍ ສັດ-ສັດນໍ້າ, ຜະລິດຕະພັນສັດ-ສັດນໍ້າ ແລະ ປາ ຫຼື ວັດຖຸສິ່ງປົນເປື້ອນດ້ວຍສານເຄມີ, ຢາຕ້ານເຊື້ອຕົກຄ້າງ ແລະ ເຊື້ອພະຍາດສັດ-ປາ ທີ່ຈໍາເປັນຕ້ອງແຈ້ງ;;
  6. ເກັບກໍາຂໍ້ມູນເບື້ອງຕົ້ນກ່ຽວກັບການກະທຳຜິດ ແລະ ລາຍງານໃຫ້ການຈັດຕັ້ງ ເຈົ້າໜ້າທີ່ ຂະແໜງການກ່ຽວຂ້ອງ ເພື່ອປະຕິບັດຕາມກົດໝາຍ ແລະ ລະບຽບການ;
  7. ປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງຕົນ;
  8. ເກັບຄ່າທຳນຽມ ແລະ ຄ່າບໍລິການດ້ານວິຊາການ ຕາມລະບຽບການທີ່ກໍານົດໄວ້ ໃນແຕ່ລະໄລຍະ;
  9. ສະຫຼຸບສັງລວມ ແລະ ລາຍງານການຈັດຕັ້ງປະຕິບັດວຽກງານຂອງຕົນ ໃຫ້ອົງການຄຸ້ມຄອງວຽກງານລ້ຽງສັດ, ສັດຕະວະແພດ ແລະ ການປະມົງ ຕາມການແບ່ງຂັ້ນຄຸ້ມຄອງຢ່າງເປັນປົກກະຕິ;
  10. ນໍາໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນໆ ຕາມກົດໝາຍ ແລະ ລະບຽບການ;

ຂອບເຂດສິດຂອງດ່ານກວດກາສັດຕະວະແພດສາກົນ ມີດັ່ງ​ນີ້:

  1. ດຳເນີນການກວດກາດ້ານການສັດຕະວະແພດ, ອອກໃບຢັ້ງຢືນການກວດກາ ສັດ, ສັດນໍ້າ, ປາ, ຜະລິດຕະພັນສັດ-ສັດນໍ້າ, ຜະລິດ ຕະພັນສິນຄ້າກ່ຽວກັບສັດ ແລະ ການປະມົງ ຜ່ານດ່ານຊາຍແດນ ແລະ ສະໜາມບິນສາກົນ ເຂົ້າ-ອອກ-ຂົນສົ່ງຜ່ານ ສປປ ລາວ ພ້ອມທັງກຳນົດເສັ້ນທາງໃນການຂົນສົ່ງເຄື່ອນຍ້າຍ;
  2. ນຳໃຊ້ມາດຕະການທີ່ຈຳເປັນຕາມທີ່ໄດ້ກຳນົດໄວ້ໃນລະບຽບກົດໝາຍເພື່ອປ້ອງກັນ ແລະ ຄວບຄຸມຄວາມສ່ຽງທີ່ເປັນອັນຕະລາຍຕໍ່ສຸຂະພາບຂອງ ຄົນ, ສັດ, ເສດຖະກິດ ແລະ ສັງຄົມ ທີ່ອາດເກີດຈາກການ ນຳເຂົ້າ ແລະ ສົ່ງອອກສັດ ສັດ, ສັດນໍ້າ, ປາ, ຜະລິດຕະພັນສັດ-ສັດນໍ້າ, ຜະລິດຕະພັນສິນຄ້າກ່ຽວກັບສັດ ແລະ ການປະມົງ;
  3. ກວດກາຍານພາຫະນະ​ທີ່ບັນຈຸສັດ, ສັດນໍ້າ, ປາ, ຜະລິດຕະພັນສັດ-ສັດນໍ້າ, ຜະລິດຕະພັນສິນຄ້າກ່ຽວກັບສັດ ແລະ ການປະມົງ ການບັນຈຸ, ການຫຸ້ມຫໍ່ ພ້ອມທັງພິຈາລະນາອະນຸຍາດ ຫຼື ບໍ່ອະນຸຍາດໃຫ້ມີການປ່ຽນຖ່າຍຍານພາຫະນະຂົນສົ່ງ ໃນລະຫວ່າງການເດີນທາງ;
  4. ກັກກັນສັດ ເພື່ອດໍາເນີນການກວດ​ກາ, ຕິດຕາມທີ່ສົງໃສຕິດເຊື້ອ ຫຼື ເປັນພະຍາດສັດລວມທັງມີສິດປີ່ນປົວ, ທໍາລາຍຊາກສັດ ທີ່ຕາຍຍ້ອນພະຍາດ ແລະ ຜະລິດຕະພັນສັດ ທີ່ຕິດເຊື້ອ ຫຼື ສົງໃສຕິດເຊື້ອພະຍາດ;
  5. ຄຸ້ມຄອງ ແລະ ນຳໃຊ້ພື້ນຖານວັດ​ຖຸເຕັກນິກ, ງົບປະມານ ແລະ ການເງິນຂອງດ່ານ ເພື່ອບໍລິຫານວຽກງານຕາມລະບຽບການ ແລະ ແຜນການທີ່ໄດ້ອະນຸມັດແລ້ວ;
  6. ຄຸ້ມຄອງ, ກໍ່ສ້າງບໍາລຸງ ແລະ ນໍາໃຊ້ພະນັກງານຢູ່ພາຍ​ໃນ ດ່ານກວດກາສັດຕະວະແພດສາກົນ ຕາມຂອບເຂດຄວາມຮັບຜິດຊອບ ແລະ ການມອບໝາຍຂອງຂັ້ນເທິງ;
  7. ສະເໜີການປະຕິບັດນະໂຍບາຍ ແລະ ປະຕິບັດວິໄນຕໍ່ພະນັກງານ ທີ່ຢູ່ໃນຄວາມຮັບຜິດຊອບຂອງດ່ານ;
  8. ເຂົ້າຮ່ວມປະຊຸມ, ປືກສາຫາລື ນັບທັງຢູ່ພາຍໃນ ແລະ ຕ່າງປະເທດ ເພື່ອປະກອບຄຳຄິດເຫັນທີ່ພົວພັນ ເຖິງພາລະບົດບາດໜ້າທີ່ ແລະ ຂອບເຂດສິດຂອງດ່ານ;
  9. ເຊີນພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມປະຊຸມ ເພື່ອເຜີຍແຜ່, ປືກສາຫາລື, ແກ້ໄຂ. ຈັດປະຊຸມສຳມະນາ ແລະ ຝືກອົບຮົມດ້ານວິຊາການກ່ຽວກັບວຽກງານກວດກາການເຄື່ອນຍ້າຍ ສັດ, ສັດນໍ້າ, ປາ, ຜະລິດຕະພັນສັດ-ສັດນໍ້າ, ຜະລິດຕະພັນສິນຄ້າກ່ຽວກັບສັດ ແລະ ການປະມົງ;
  10. ພົວພັນຂໍຄຳເຫັນໂດຍກົງ ຈາກການຈັດຕັ້ງຂອງຂະແໜງການທີ່ກ່ຽວຂ້ອງ ທັງສູນກາງ ແລະ ທ້ອງຖີ່ນ ທີ່ກ່ຽວພັນກັບວຽກງານກວດກາການເຄື່ອນຍ້າຍ ສັດ, ສັດນໍ້າ, ປາ, ຜະລິດຕະພັນສັດ-ສັດນໍ້າ, ຜະລິດຕະພັນສິນຄ້າກ່ຽວກັບສັດ ແລະ ການປະມົງ;
  11. ປະສານສົມທົບກັບອົງການປົກຄອງທ້ອງຖີ່ນ ແລະ ເຈົ້າໜ້າທີ່ກ່ຽວຂ້ອງ ເພື່ອນຳໃຊ້ມາດຕະການທີ່ຈຳເປັນຕໍ່ຜູ້ລະເມີດລະບຽບກົດໝາຍກ່ຽວກັບ ການນໍາເຂົ້າ-ສົ່ງອອກ-ຂົນສົ່ງຜ່ານ ສັດ, ສັດນໍ້າ, ປາ, ຜະລິດຕະພັນສັດ-ສັດນໍ້າ, ຜະລິດຕະພັນສິນຄ້າກ່ຽວກັບສັດ ແລະ ການປະມົງ ຢ່າງເຂັ້ມງວດ;
  12. ເກັບຄ່າທຳນຽມ ແລະ ຄ່າບໍລິການ ຕາມທີ່ໄດ້ກຳນົດໄວ້ໃນລັດຖະບັນຍັດຂອງປະທານປະເທດ ວ່າດ້ວຍຄ່າທຳນຽມ ແລະ ຄ່າບໍລິການ ທີ່ປະກາດໃຊ້ແຕ່ລະໄລຍະ.
  13. ປະຕິບັດສິດອື່ນຕາມການມອບໝາຍຂອງການຈັດຕັ້ງຂັ້ນເທິງ;