- ກາປະທັບ, ເຄື່ອງແບບ ແລະ ເຄື່ອງໝາຍ
ດ່ານກວດກາສັດຕະວະແພດສາກົນ ມີກາປະທັບເປັນຂອງຕົນເອງ ເພື່ອເຄື່ອນໄຫວວຽກງານທາງລັດ ຖະການ ຕາມລະບຽບກົດໝາຍ.
2. ເຄື່ອງແບບຂອງເຈົ້າໜ້າທີ່ປະຈຳດ່ານກວດກາສັດຕະວະແພດ ປະກອບມີ ສອງ ແບບ ດັ່ງນີ້:
- ສຳລັບເພດຊາຍ: ໂສ້ງຂາຍາວ, ເສື້ອແຂນສັ້ນ, ເຊື້ອແຂນຍາວ, ເສື້ອແຈັກເກັດ ແລະ ໝວກສີກາກີ ເບີສີ 275, ເກີບສີດຳ, ສາຍແອວສີກາກີ.
- ສຳລັບເພດຍິງ: ສີ້ນມີຕີນ, ເສື້ອແຂນສັ້ນ, ເສື້ອແຂນຍາວ, ເສື້ອແຈັກເກັດ ແລະ ໝວກສີກາກີ ເບີສີ 275, ເກີບສີດຳ ແລະ ສາຍແອວສີກາກີ.
3. ເຄື່ອງໝາຍຂອງດ່ານກວດກາສັດຕະວະແພດສາກົນ ແມ່ນສັນຍາລັກ ຫຼື ໂລໂກ້ທີ່ມີລັກສະນະສະເພາະ ຂອງ ເຈົ້າໜ້າທີ່ສັດຕະວະແພດເພື່ອຕິດໃສ່ເສື້ອ, ຫົວສາຍແອວ ແລະ ກາຕິດຄໍເສື້ອ ດັ່ງນີ້:
- ເນື້ອໃນຂຽນພາສາລາວ ວ່າ: ເຈົ້າໜ້າທີ່ດ່ານກວດກາສັດຕະວະແພດ
- ເນື້ອໃນຂຽນເປັນພາສາອັງກິດ ວ່າ: International Animal Checkpoint
- ສີສັນປະກອບ: ສີແດງ, ຂຽວ, ເຫຼືອງ, ຂາວ ແລະ ສີຂຽວແກ່.
- ຮູບພາບປະກອບ: ມີຮູບກາຮວງເຂົ້າ, ດ້ານເທິງມີຮູບທຸງຊາດ, ຮູບທາດຫຼວງ, ຮູບກາແພດສີຂາວ, ຮູບສັດຢູ່ສອງຂ້າງ, ມີຂີດ, ຮູບດອກຈຳປາ ແລະ ມີດາວຢູ່ເຄີ່ງກາງ.
- ໂລໂກ້ຕິດແຂນເສື້ອ ຂະໜາດ : 8,5 x 6,5 Cm
- ໂລໂກ້ຕິດສາຍແອວ ຂະໜາດ: 4,5 x 3,5 Cm
- ໂລໂກ້ຕິດຄໍເສື້ອ ຂະໜາດ: 3,0 x 3,0 Cm